Skip to main content

Posts

ແຕ່ງຕັ້ງຫົວໜ້າຄູຝຶກສອນຄົນໃໝ່ ເອຟຊີ ຈັນທະບູລີ FC CHANTHABOULY

ສະໂມສອນ ເອຟຊີ ຈັນທະບູລີ ຫຼື ສະໂມສອນ ລາວໂຕໂຢຕ້າ ເອຟຊີ (ຊື່ເກົ່າ) ປະກາດຢ່າງເປັນທາງການແຕ່ງຕັ້ງ ທ່ານ ປະຈັກ ວຽງສົງ (Prajak Weangsong) ຫຼື ເອີ້ນກັນວ່າ ໂຄ໊ສ ຈັກ ເປັນຄູຝຶກລະດັບໂປຣ 1 ໃນ 29 ຄູຝຶກຄົນໄທ ທີ່ໄດ້ຮັບ PROFESSIONAL License ຈາກ AFC ຢ່າງເປັນທາງການ  ໂຄ໊ສ  ຈັກ ມີປະສົບການການຄຸມທີມສະໂມສອນຊື່ດັງຂອງໄທ ແລະ ທີມຊາດໄທ ຊຸດເຍົາວະຊົນ ຖືວ່າການທີ່ສະໂມສອນໄດ້  ໂຄ໊ສ  ຈັກ ຜູ້ທີ່ມີປະສົບການເປັນ ໂຄ໊ສ ທີ່ມີຄຸນນະວຸດ ແລະ ຊ່ຽວຊານໃນການຝຶກສອນ ຈະຊ່ວຍພັດທະນາສັກກະຍະພາບຂອງນັກເຕະລາວ ແລະ ນັກເຕະເຍົາວະຊົນຂອງສະໂມສອນ ເອຟຊີ ຈັນທະບູລີ ຫຼື ລາວໂຕໂຢຕ້າ ເອຟຊີ. ປະສົບການການຄຸມທີມ ລະດັບທີມຊາດ 2014 THAILAND U-19 AFF CHAMPIONSHIP, (VIETNAM) 2014 THAILAND U-19 AFC CHAMPIONSHIP, (MYANMAR) 2014 THAILAND U-17 SANIX CUP INTERNATIONAL, (JAPAN) ລະດັບສະໂມສອນ 2005 THAI FARMERS BANK FC. U-19 2008 THAI TOBACCO MONOPOLAY FC. (TPL) 2011 TOT SC. (TPL) 2015 OSOTSAPA M150 SAMUTPRAKARN FC. (TPL) 2016 THAI PORT FC. B 2019 THAI UNION SAMUTSAKHON FC. (T2)   ປະສົບການນັກເຕະ ລະດັບທີມຊາດ THAILAND NATIONAL TEAM U-17 THAILAND NATIONAL
Recent posts

LAO TOYOTA FC NEWS

  ຖະແຫຼງການ ສະໂມສອນ ລາວໂຕໂຢຕ້າ ເອຟຊີ ແຈ້ງປ່ຽນຊື່ສະໂມສອນໃໝ່ ເພື່ອໃຫ້ທີມສະໂມສອນສາກົນຫຼາຍຂຶ້ນ ໃຫ້ສອດຄ່ອງກັບລະບຽບການແຂ່ງຂັນສາກົນ ແລະ ເພື່ອໃຫ້ທຸກຄົນສາມາດເຂົ້າເຖິງໄດ້ຫຼາຍຂຶ້ນ ສະໂມສອນ ໄດ້ຕັດສິນໃຈປ່ຽນແປງຄັ້ງນີ້ ຕາມຈຸດປະສົງທີ່ກໍ່ຕັ້ງສະໂມສອນປີ 2013 ຕາມແນວທາງທີ່ຕ້ອງການສ້າງສະໂມສອນ ແລະ ຕະຫຼອດໄລຍະ 8 ປີທີ່ຜ່ານມາ ກໍ່ໄດ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈ ຈິງໃຈຕໍ່ວົງການບານ ເພື່ອພັດທະນາປ່ຽນແປງຢ່າງແທ້ຈິງ ພັດທະນາໃນທຸກດ້ານໃຫ້ວົງການບານ ແລະເປັນທີມສະໂມສອນຊັ້ນນຳຕົວແທນຂອງປະເທດລາວ ເພື່ອຮອງຮັບແຜນການພັດທະນາວົງການບານເຕະລາວອະນາຄົດ ທີ່ຈະກະຈາຍໄປຍັງທີມໃນລະດັບແຂວງ ແລະ ເມືອງຕ່າງໆ ເຮົາເອງກໍ່ໄດ້ກຽມພ້ອມໃຫ້ເຂົ້າກັບສະຖານະການໃນອະນາຄົດ ແລະ ເພື່ອສຶບທອດຕໍ່ຄວາມຕັ້ງໃຈຂອງຜູ້ກໍ່ຕັ້ງສະໂມສອນ ທີ່ຕ້ອງການພັດທະນາຢ່າງແທ້ຈິງ ເຮັດໃຫ້ເປັນຄຸນປະໂຫຍດແກ່ປະຊາຊົນລາວ ແລະ ປະເທດຊາດ  ການປ່ຽນແປງຊື່ສະໂມສອນໃນຄັ້ງນີ້ ອ້າງອີງການພັດທະນາຈາກປະຫວັດສາດ ການສະຖາປານາວຽງຈັນເປັນເມືອງຫຼວງ ໂດຍ ວີລະກຳຂອງນັກຮົບຜູ້ຍິ່ງໃຫຍ່ ທີ່ຂະໜານນາມນະຄອນຫຼວງໃໝ່ວ່າ “ ພະນະຄອນຈັນທະບູລີສີສັດຕະນາຄະນະຫຸດ ອຸດຕະມະລາຊະທານີ ” ກໍ່ເປັນສ່ວນໜຶ່ງໃນການແນມເຫັນການໄກ ວິໃສທັດ ເພື່ອການພັດທະນາປະເທດ ເຮົາກໍ່ມຸ້ງເຫັນມຸມ

LAO TOYOTA FC

  LAO TOYOTA FC ໄດ້ກໍ່ຕັ້ງຂຶ້ນເມື່ອປີ 2013 ໂດຍ ບໍລິສັດ ລາວໂຕໂຢຕ້າ ບໍລິການ ຈຳກັດ ຕົວແທນຈຳໜ່າຍລົດຍີ່ຫໍ້ ໂຕໂຢຕ້າ ຜູ້ທຳອິດໃນ ສປປ ລາວ ຢ່າງເປັນທາງການ. ຈຸດປະສົງ ເພື່ອມຸ່ງຫວັງພັດທະນາວົງການບານເຕະຂອງລາວໃຫ້ຈະເລີນເຕີບໂຕ ສ້າງສັນສັງຄົມ ພັດທະນາລີກສູງສຸດໃຫ້ເປັນລະບົບອາຊີບ ພັດທະນານັກກິລາ ແລະ ພັດທະນາມາດຕະຖານໃຫ້ທຽບເທົ່າກັບນານາຊາດ ລວມເຖິງການເປັນສະໂມສອນຊັ້ນນໍາຂອງ ສປປ ລາວ ແລະ ແຖບລຸ່ມແມ່ນ້ຳຂອງ. ຕະຫຼອດ 8 ປີທີ່ຜ່ານມາໃນນາມສະໂມສອນ ລາວໂຕໂຢຕ້າ ເອຟຊີ ທີມໄດ້ມີການພັດທະນາລະດັບຕາມແຜນການຂອງການພັດທະນາຂອງວົງການບານລາວ ເປັນທີມທີ່ໄດ້ຮັບຮອງອະນຸຍາດໃນການແຂ່ງຂັນລະດັບ AFC ເປັນທີມທຳອິດ ແລະ ເປັນທີມທີ່ໃຊ້ຫົວໜ້າຜູ້ຝຶກສອນລະດັບ A License ສາມາດຍາດແຊັມລີກມາໄດ້ 5 ສະໃໝ ແລະ ບານຖ້ວຍ LFF CUP 1 ສະໃໝ ແລະ ເປັນ 6 ຂັນໃນຮອບ 8 ປີ. ແຕ່ດ້ວຍຄວາມບໍ່ໝັ້ນຄົງຂອງວົງການ ປ່ຽນແປງແບບໄວວາ ຈາກບານລີກສູງສຸດ ທີ່ເຄີຍມີທີມຮ່ວມລີກເຖິງ 14 ທີມ ຈົນຕອນນີ້ເຫຼືອພຽງ 6 ທີມ ແລະ ບໍ່ສາມາດເພີ້ມທີມໄດ້ ທີມທີ່ມີຄວາມແຂງແກ່ນ ມີຄວາມສາມາດຍົກລະດັບ ມີງົບປະມານ ກໍ່ຕ່າງຖອນໂຕ ຫຍຸບທີມ ຫຼື ບໍ່ສົ່ງເຂົ້າຮ່ວມແຂ່ງຂັນ ເຮົາແນມເລື່ອງການຍົກລະດັບທີມ ເພື່ອໃຫ້ທີມມີສັກກະຍະພາບສູງຂຶ້ນ ຍົກລະດັບລາວລີກ ລີກສູງສຸດ