Skip to main content

LAO TOYOTA FC

 


LAO TOYOTA FC ໄດ້ກໍ່ຕັ້ງຂຶ້ນເມື່ອປີ 2013 ໂດຍ ບໍລິສັດ ລາວໂຕໂຢຕ້າ ບໍລິການ ຈຳກັດ ຕົວແທນຈຳໜ່າຍລົດຍີ່ຫໍ້ ໂຕໂຢຕ້າ ຜູ້ທຳອິດໃນ ສປປ ລາວ ຢ່າງເປັນທາງການ.

ຈຸດປະສົງ ເພື່ອມຸ່ງຫວັງພັດທະນາວົງການບານເຕະຂອງລາວໃຫ້ຈະເລີນເຕີບໂຕ ສ້າງສັນສັງຄົມ ພັດທະນາລີກສູງສຸດໃຫ້ເປັນລະບົບອາຊີບ ພັດທະນານັກກິລາ ແລະ ພັດທະນາມາດຕະຖານໃຫ້ທຽບເທົ່າກັບນານາຊາດ ລວມເຖິງການເປັນສະໂມສອນຊັ້ນນໍາຂອງ ສປປ ລາວ ແລະ ແຖບລຸ່ມແມ່ນ້ຳຂອງ.

ຕະຫຼອດ 8 ປີທີ່ຜ່ານມາໃນນາມສະໂມສອນ ລາວໂຕໂຢຕ້າ ເອຟຊີ ທີມໄດ້ມີການພັດທະນາລະດັບຕາມແຜນການຂອງການພັດທະນາຂອງວົງການບານລາວ ເປັນທີມທີ່ໄດ້ຮັບຮອງອະນຸຍາດໃນການແຂ່ງຂັນລະດັບ AFC ເປັນທີມທຳອິດ ແລະ ເປັນທີມທີ່ໃຊ້ຫົວໜ້າຜູ້ຝຶກສອນລະດັບ A License ສາມາດຍາດແຊັມລີກມາໄດ້ 5 ສະໃໝ ແລະ ບານຖ້ວຍ LFF CUP 1 ສະໃໝ ແລະ ເປັນ 6 ຂັນໃນຮອບ 8 ປີ.





ແຕ່ດ້ວຍຄວາມບໍ່ໝັ້ນຄົງຂອງວົງການ ປ່ຽນແປງແບບໄວວາ ຈາກບານລີກສູງສຸດ ທີ່ເຄີຍມີທີມຮ່ວມລີກເຖິງ 14 ທີມ ຈົນຕອນນີ້ເຫຼືອພຽງ 6 ທີມ ແລະ ບໍ່ສາມາດເພີ້ມທີມໄດ້ ທີມທີ່ມີຄວາມແຂງແກ່ນ ມີຄວາມສາມາດຍົກລະດັບ ມີງົບປະມານ ກໍ່ຕ່າງຖອນໂຕ ຫຍຸບທີມ ຫຼື ບໍ່ສົ່ງເຂົ້າຮ່ວມແຂ່ງຂັນ

ເຮົາແນມເລື່ອງການຍົກລະດັບທີມ ເພື່ອໃຫ້ທີມມີສັກກະຍະພາບສູງຂຶ້ນ ຍົກລະດັບລາວລີກ ລີກສູງສຸດ ສິ່ງໜຶ່ງຄືລະດັບຜູ້ຝຶກສອນຫົວໜ້າຜູ້ຝຶກສອນທີ່ກຳນົດໃຫ້ໃຊ້ A License ຕັ້ງແຕ່ປີ 2019 ກໍ່ຖືກເລື່ອນໄປບັງຄັບໃຫ້ໃຊ້ ເປັນປີ 2022 ອີກຄັ້ງຫາກວ່າທຸກທີມໃຊ້ຫົວໜ້າຜູ້ຝຶກສອນ ທີ່ມີປະສົບການ ກໍ່ສາມາດຍົກລະດັບລີກສູງສຸດ ແລະ ນັກເຕະໄດ້ເຊັ່ນກັນ ເຮົາຕ້ອງການພັດທະນາລີກ ເຮົາຈຶ່ງໃຊ້ນັກເຕະອາຊີບທີ່ແທ້ຈິງມາຮ່ວມທີມ ເພື່ອຊ່ວຍກັນພັດທະນາວົງການ





ທຸກລີກໃນທົ່ວໂລກ ຈະໃຫ້ຄວາມສຳຄັນ ແລະ ຍົກລະດັບບານລີກສູງສຸດ ທັງດ້ານລະບົບ ດ້ານການຕະຫຼາດ ດ້ານຜູ້ສະໜັບສະໜູນ ດ້ານສື່ ແລະ ການເຮັດທີມພາຍໃຕ້ມາດຕະຖານ Club Licensing ຢ່າງສົມບູນແບບ ເພື່ອໃຫ້ມີອົງປະກອບສົມບູນ ມີທີມທີ່ເຂັ່ມແຂງ ໝັ່ນຄົງ ແລະ ເປັນກຳລັງສຳຄັນທີ່ຈະສ້າງທີມຊາດໃຫ້ເຂັ້ມແຂງ


ເຖິງມື້ນີ້ສະໂມສອນ ລາວໂຕໂຢຕ້າ ເອຟຊີ ໄດ້ພິສູດເຖິງການສ້າງທີມຕາມເຈດຕະນາ ແລະ ຈຸດປະສົງຂອງຜູ້ກໍ່ຕັ້ງສະໂມສອນແລ້ວສະໂມສອນ ລາວໂຕໂຢຕ້າ ເອຟຊີ 2021 ຈະຍັງຄົງສືບຕໍ່ຄວາມຕັ້ງໃຈທີ່ເຮົາສະສົມສ້າງມາຢ່າງຕໍ່ເນື່ອງ ບໍ່ໃຫ້ແຟນບານ ແລະ ຄົນລາວຜິດຫວັງ.


ປີນີ້ 2021 ຈະເກີດຫຍັງຂຶ້ນ ຕິດຕາມການປ່ຽນແປງຄັ້ງໃຫຍ່ຂອງ ສະໂມສອນ ລາວໂຕໂຢຕ້າ ເອຟຊີ ໃນປີ 2021





Comments

Post a Comment

Popular posts from this blog

ແຕ່ງຕັ້ງຫົວໜ້າຄູຝຶກສອນຄົນໃໝ່ ເອຟຊີ ຈັນທະບູລີ FC CHANTHABOULY

ສະໂມສອນ ເອຟຊີ ຈັນທະບູລີ ຫຼື ສະໂມສອນ ລາວໂຕໂຢຕ້າ ເອຟຊີ (ຊື່ເກົ່າ) ປະກາດຢ່າງເປັນທາງການແຕ່ງຕັ້ງ ທ່ານ ປະຈັກ ວຽງສົງ (Prajak Weangsong) ຫຼື ເອີ້ນກັນວ່າ ໂຄ໊ສ ຈັກ ເປັນຄູຝຶກລະດັບໂປຣ 1 ໃນ 29 ຄູຝຶກຄົນໄທ ທີ່ໄດ້ຮັບ PROFESSIONAL License ຈາກ AFC ຢ່າງເປັນທາງການ  ໂຄ໊ສ  ຈັກ ມີປະສົບການການຄຸມທີມສະໂມສອນຊື່ດັງຂອງໄທ ແລະ ທີມຊາດໄທ ຊຸດເຍົາວະຊົນ ຖືວ່າການທີ່ສະໂມສອນໄດ້  ໂຄ໊ສ  ຈັກ ຜູ້ທີ່ມີປະສົບການເປັນ ໂຄ໊ສ ທີ່ມີຄຸນນະວຸດ ແລະ ຊ່ຽວຊານໃນການຝຶກສອນ ຈະຊ່ວຍພັດທະນາສັກກະຍະພາບຂອງນັກເຕະລາວ ແລະ ນັກເຕະເຍົາວະຊົນຂອງສະໂມສອນ ເອຟຊີ ຈັນທະບູລີ ຫຼື ລາວໂຕໂຢຕ້າ ເອຟຊີ. ປະສົບການການຄຸມທີມ ລະດັບທີມຊາດ 2014 THAILAND U-19 AFF CHAMPIONSHIP, (VIETNAM) 2014 THAILAND U-19 AFC CHAMPIONSHIP, (MYANMAR) 2014 THAILAND U-17 SANIX CUP INTERNATIONAL, (JAPAN) ລະດັບສະໂມສອນ 2005 THAI FARMERS BANK FC. U-19 2008 THAI TOBACCO MONOPOLAY FC. (TPL) 2011 TOT SC. (TPL) 2015 OSOTSAPA M150 SAMUTPRAKARN FC. (TPL) 2016 THAI PORT FC. B 2019 THAI UNION SAMUTSAKHON FC. (T2)   ປະສົບການນັກເຕະ ລະດັບທີມຊາດ THAILAND NATIONAL TEAM U-17 THAILAND NATIONAL

LAO TOYOTA FC NEWS

  ຖະແຫຼງການ ສະໂມສອນ ລາວໂຕໂຢຕ້າ ເອຟຊີ ແຈ້ງປ່ຽນຊື່ສະໂມສອນໃໝ່ ເພື່ອໃຫ້ທີມສະໂມສອນສາກົນຫຼາຍຂຶ້ນ ໃຫ້ສອດຄ່ອງກັບລະບຽບການແຂ່ງຂັນສາກົນ ແລະ ເພື່ອໃຫ້ທຸກຄົນສາມາດເຂົ້າເຖິງໄດ້ຫຼາຍຂຶ້ນ ສະໂມສອນ ໄດ້ຕັດສິນໃຈປ່ຽນແປງຄັ້ງນີ້ ຕາມຈຸດປະສົງທີ່ກໍ່ຕັ້ງສະໂມສອນປີ 2013 ຕາມແນວທາງທີ່ຕ້ອງການສ້າງສະໂມສອນ ແລະ ຕະຫຼອດໄລຍະ 8 ປີທີ່ຜ່ານມາ ກໍ່ໄດ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈ ຈິງໃຈຕໍ່ວົງການບານ ເພື່ອພັດທະນາປ່ຽນແປງຢ່າງແທ້ຈິງ ພັດທະນາໃນທຸກດ້ານໃຫ້ວົງການບານ ແລະເປັນທີມສະໂມສອນຊັ້ນນຳຕົວແທນຂອງປະເທດລາວ ເພື່ອຮອງຮັບແຜນການພັດທະນາວົງການບານເຕະລາວອະນາຄົດ ທີ່ຈະກະຈາຍໄປຍັງທີມໃນລະດັບແຂວງ ແລະ ເມືອງຕ່າງໆ ເຮົາເອງກໍ່ໄດ້ກຽມພ້ອມໃຫ້ເຂົ້າກັບສະຖານະການໃນອະນາຄົດ ແລະ ເພື່ອສຶບທອດຕໍ່ຄວາມຕັ້ງໃຈຂອງຜູ້ກໍ່ຕັ້ງສະໂມສອນ ທີ່ຕ້ອງການພັດທະນາຢ່າງແທ້ຈິງ ເຮັດໃຫ້ເປັນຄຸນປະໂຫຍດແກ່ປະຊາຊົນລາວ ແລະ ປະເທດຊາດ  ການປ່ຽນແປງຊື່ສະໂມສອນໃນຄັ້ງນີ້ ອ້າງອີງການພັດທະນາຈາກປະຫວັດສາດ ການສະຖາປານາວຽງຈັນເປັນເມືອງຫຼວງ ໂດຍ ວີລະກຳຂອງນັກຮົບຜູ້ຍິ່ງໃຫຍ່ ທີ່ຂະໜານນາມນະຄອນຫຼວງໃໝ່ວ່າ “ ພະນະຄອນຈັນທະບູລີສີສັດຕະນາຄະນະຫຸດ ອຸດຕະມະລາຊະທານີ ” ກໍ່ເປັນສ່ວນໜຶ່ງໃນການແນມເຫັນການໄກ ວິໃສທັດ ເພື່ອການພັດທະນາປະເທດ ເຮົາກໍ່ມຸ້ງເຫັນມຸມ